Thursday, October 3, 2024
Homeຂ່າວພາຍໃນສາລະວັນ ປະກາດຮັບຮອງຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຢ່າງເປັນທາງການ

ສາລະວັນ ປະກາດຮັບຮອງຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຢ່າງເປັນທາງການ

ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຂຶ້ນຢ່າງເປັນທາງການໃນວັນທີ 24 ພະຈິກນີ້ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີປະທານ ອພສ ແຂວງ, ບັນດາການນຳພັກ-ລັດແຂວງ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ ໄດ້ລາຍງານການກະກຽມຂຶ້ນທະບຽນຫໍໄຕປີດົກວັດສີມຸງຄຸນ (ວັດກາງ) ວ່າ: ຫໍໄຕວັດສີມຸງຄຸນໄດ້ສ້າງຂຶ້ນໃນປີ ຄ.ສ 1784 (ກ່ອນໜ້ານີ້ 234 ປີ) ສະໄໝການປົກຄອງຂອງເອກະລາຊາທີ 1 ຊື່ທ້າວ ຄຳພິທູນ ແຕ່ມີຂະໜາດນ້ອຍ, ຕໍ່ມາຮອດປີ ຄ.ສ 1859 ສະໄໝເອກະລາຊາທີ 6 ທ້າວ ເຫງົ້າກັນຍາ ຈຶ່ງໄດ້ນຳພາປະຊາຊົນຊາວພຸດທັງຫຼາຍກໍ່ສ້າງຫໍໄຕຂະໜາດໃຫຍ່ກວ່າຂຶ້ນມາແທນເພື່ອເປັນສູນລວມຈິດໃຈ, ເປັນສະຖານທີ່ເກັບຮັກສາຄັງແຫ່ງຄວາມຮູ້ ໂດຍສະເພາະພະທຳຄຳສັ່ງສອນຂອງພະພຸດທະສາສະໜາທັງສາມປີດົກ 84.000 ພະທຳມະຂັນ (ແປດໝື່ນສີ່ພັນພະທຳມະຂັນ) ຄື:ພະສູດຕັນຕະປີດົກມີ 21.000 ພະທຳມະຂັນ, ພະວິໄນປີດົກ 21.000 ພະທຳມະຂັນ, ພະອະພິທຳປີດົກ 42.000 ພະທໍາມະຂັນ, ການກໍ່ສ້າງໃນສະໄໝນັ້ນ ທ້າວ ເຫງົ້າກັນຍາ ຜູ້ປົກຄອງເມືອງໝັ້ນໄດ້ເຊີນເອົານາຍຊ່າງຜູ້ຊຳນານງານມາເປັນຜູ້ອອກແບບ ແລະ ນຳພາກໍ່ສ້າງ, ສຳລັບວັດຖຸອຸປະກອນຕ່າງໆທີ່ນຳມາໃຊ້ໃນການກໍ່ສ້າງແມ່ນໄມ້ເນື້ອແຂງ ຊຶ່ງໄດ້ນຳມາບໍລິຈາກວັດຖຸທານຂອງພໍ່ແມ່ປະຊາຊົນແຕ່ລະບ້ານທີ່ມີໃຈໄສສັດທາ, ລັກສະນະການກໍ່ສ້າງໂຄງຫຼັງຄາແບບຫໍປະສາດ, ມີ 54 ເສົາ ເຮັດດ້ວຍໄມ້ມັນປາ, ໄມ້ເຄື່ອງເທິງ ແລະ ໄມ້ເຄື່ອງລຸ່ມເຮັດດ້ວຍໄມ້ແຄນ, ບານປະຕູ ແລະ ບານປ່ອງຢ້ຽມໄມ້ດູ່, ມຸງດ້ວຍແປ້ນໄມ້ແດງທີ່ຂັດມັນແບບບູຮານ, ສິ່ວເຈາະຮູຕອກຫຼີ້ມໃສ່ໄມ້ໄລຄັດຕາມຂື່, ຂາງ, ເສົາ ແລ້ວແກະສະລັກທີ່ເປັນຮູບພາບຕ່າງໆຊຶ່ງເປັນສິລະປະລວດລາຍທີ່ເປັນເອກະລັກຂອງຊາດ ແລະ ຂອງທ້ອງຖິ່ນ.

ມາຮອດວັນທີ 20/6/1970 ຫໍໄຕກາງນ້ຳ ວັດສີມຸງຄຸນ ພ້ອມດ້ວຍພຸດທະສິມມາກຸດຕິວິຫານ ແລະ ສິ່ງສັກກະລະບູຊາອື່ນໆໄດ້ຖືກຝູງບິນເຕ 28 ຂອງພວກລ່າເມືອງຂຶ້ນແບບໃໝ່ຍິງຖະຫຼົ່ມເຜົາຜານທຳລາຍກ້ຽງ ຊຶ່ງເປັນການສູນເສຍມໍລະດົກມິ່ງເມືອງສຸດທີ່ຫວງແຫນຂອງຄົນສາລະວັນ. ທຸກໆຄົນບໍ່ສາມາດອົດກັ້ນນ້ຳຕາຂອງຕົນໄດ້ຕໍ່ການສູນເສຍອັນຍິ່ງໃຫຍ່, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍສະຖາປະນາ ສປປ ລາວ ໃນປີ 2009 ແຂວງສາລະວັນ ກໍໄດ້ເລີ່ມປະຕິສັງຂອນຫໍໄຕປີດົກຄືນໃໝ່ໂດຍໄດ້ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ຕົກລົງແຕ່ງຕັ້ງປະທານທີ່ປຶກສາໂຄງການກໍ່ສ້າງໂດຍມີ ພະອາຈານ ມະຫາສຸລົດ ດ່ານປັນຍາ, ທ່ານ ບົວສອນ ບຸບຜາວັນ, ທ່ານ ຄຳບຸ່ນ ດ້ວງປັນຍາ ແລະ ທ່ານ ສົມພົງ ມົງຄຸນວິໄລ, ປະທານຮັບຜິດຊອບການກໍ່ສ້າງໂຄງການໂດຍ ທ່ານ ສີສຸວັນ ວົງຈອມສີ ຊຶ່ງໄດ້ວາງສີລາລືກການກໍ່ສ້າງໃນມື້ວັນທີ 7 ມິຖຸນາ 2009, ກົງກັບມື້ແຮມ 15 ຄໍ່າເດືອນ 7 ລາວ ພ.ສ 2552, ການປະຕິສັງຂອນແມ່ນອອກແບບຄ້າຍຄືກັບຫໍໄຕຫຼັງເກົ່າ, ປະກອບມີເສົາ 57 ຕົ້ນ (ໄມ້ກະຈະ), ໂຄງຫຼັງຄາເຮັດດ້ວຍໄມ້ແຄນ, ມຸງດ້ວຍດິນຂໍ, ປູພື້ນ, ບານປະຕູ-ບານປ່ອງຢ້ຽມແມ່ນໄມ້ດູ່, ແກະສະຫຼັກແບບສິລະປະລາວເດີມທີ່ມີຄວາມງາມສະຫງ່າ ຊຶ່ງພົວພັນເຖິງເອກະລັກວິຖີຊີວິດວັດທະນະທຳຮີດຄອງປະເພນີ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 7 ຕື້ກວ່າກີບ, ໃນນັ້ນທຶນລະດົມ 2,5 ຕື້ກວ່າກີບ ແລະ ທຶນງົບປະມານຂອງລັດ 4,5 ຕື້ກີບ.

ການລົງສໍາຫຼວດ ແລະ ເກັບກໍາຂໍ້ມູນຫໍໄຕປີດົກວັດສີມຸງຄຸນເມືອງ ແລະ ແຂວງສາລະວັນຂຶ້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຊຶ່ງໄດ້ລົງມືສຳຫຼວດຈັດຕັ້ງປະຕິບັດໃນວັນທີ 2-9 ມີນາ 2022 ໂດຍມີຄະນະວິຊາການຈາກກົມມໍລະດົກ ກະຊວງ ຖວທ, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ອໍານາດການປົກຄອງບ້ານ ແລະ ເຈົ້າອະທິການວັດ, ໜ້າວຽກຈັດຕັ້ງປະຕິບັດຄື: ປະຫວັດຄວາມເປັນມາຂອງຫໍໄຕປີດົກ, ຂອງວັດ ແລະ ຂອງບ້ານທີ່ໄດ້ມາຈາກການບອກເລົ່າຂອງເຖົ້າແກ່ອາວຸໂສ, ຄູບາອາຈານ ແລະ ໄດ້ມາຈາກປຶ້ມເອກະສານຕ່າງໆຊຶ່ງໄດ້ຂຶ້ນບັນຊີພະພຸດທະຮູບ, ວັດຖຸທີ່ມີຄ່າ, ເສົາເກົ່າຫໍໄຕປີດົກ ແລະ ບັນດາອົງປະກອບຕ່າງໆຢູ່ພາຍໃນວັດ ຊຶ່ງມີທັງໝົດ 23 ລາຍການ, ໄດ້ວັດແທກ, ປັກຫຼັກໝາຍຂອບເຂດທີ່ດິນຂອງວັດ, ກໍານົດຂອບເຂດຂອງພື້ນທີ່ເປັນຕົ້ນ: ເຂດອະນຸລັກ, ເຂດພັດທະນາ ແລະ ສ້າງແຜນລະບຽບການຄຸ້ມຄອງອື່ນໆ. ສັງລວມແລ້ວຜ່ານການສຶກສາ, ຄົ້ນຄວ້າ, ວິເຄາະ-ວິໄຈປະເມີນຜົນຕົວຈິງຂອງຄະນະວິຊາການເຫັນວ່າຫໍໄຕປີດົກ ພ້ອມດ້ວຍບໍລິເວນພື້ນທີ່ວັດສີມຸງຄຸນເໝາະສົມໃນການຍົກລະດັບຂຶ້ນເປັນມໍະດົກແຫ່ງຊາດລະດັບທ້ອງຖິ່ນຂອງແຂວງສາລະວັນໂດຍພາຍໃຕ້ເງື່ອນໄຂ ແລະ ມາດຕະຖານຂອງມໍລະດົກແຫ່ງຊາດລະດັບທ້ອງຖິ່ນເປັນມໍລະດົກມິ່ງເມືອງ, ເປັນຄັງຄວາມຮູ້ເກັບມ້ຽນພະທຳຄຳສັ່ງສອນຂອງພະພຸດທະເຈົ້າ, ເປັນສະຖານທີ່ສັກສິດກາບໄຫວ້ເຄົາລົບບູຊາ ແລະ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳຂອງແຂວງ.

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ການຂຶ້ນທະບຽນຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງ ຖິ່ນຂອງແຂວງສາລະວັນມີຄວາມໝາຍຄວາມສໍາຄັນ ແລະ ເປັນທີ່ເອກອ້າງທະນົງໃຈຂອງຊາວແຂວງສາລະວັນ ເນື່ອງຈາກເປັນມໍລະດົກແຫ່ງທໍາອິດຂອງແຂວງທີ່ໄດ້ຮັບຮອງຍົກລະດັບຂຶ້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ເພື່ອເປັນການອະນຸລັກປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດກໍຄືຂອງທ້ອງຖິ່ນໄວ້ໃຫ້ເຊັ່ນລູກຫຼານໄດ້ເຫັນເຖິງຄຸນຄ່າຂອງບັນພະບູລຸດທີ່ໄດ້ສ້າງໄວ້, ທັງເປັນຄັງຄວາມຮູ້ເກັບມ້ຽນພະທໍາຄໍາສັ່ງສອນຂອງພະພຸດທະເຈົ້າ, ເປັນສັນຍາລັກສູນລວມນ້ຳໃຈຂອງພີ່ນ້ອງປະຊາຊົນບັນດາເຜົ່າ ແລະ ເປັນສະຖານທີ່ສັກສິດກາບໄຫວ້ເຄົາລົບບູຊາ ແລະ ຈະກາຍເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳໃນຕໍ່ໜ້າຂອງແຂວງ.

ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ແລະ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ເປີດປ້າຍມໍລະ ດົກແຫ່ງຊາດລະດັບທ້ອງຖິ່ນ ແລະ ລັ່ນຄ້ອງ 9 ບາດ, ພ້ອມນີ້ທ່ານ ໂພໄຊ ໄຊຍະສອນ ໄດ້ມອບໃບຢັ້ງຢືນຮັບຮອງເອົາຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃຫ້ກຽດຮັບໂດຍ ທ່ານ ມະໄລວອນ ສີປະເສີດ.

ຂ່າວ-ພາບ: ສິດຕາ ເພັດວົງສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments