Wednesday, October 2, 2024
Homeຂ່າວພາຍໃນກະຊວງ ຖວທ ປະເມີນການຕິດຕາມການ ສ້າງ ແລະ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໃນຂົງເຂດຖະແຫຼ່ງຂ່າວວັດທະທໍາແລະທ່ອງທ່ຽວ

ກະຊວງ ຖວທ ປະເມີນການຕິດຕາມການ ສ້າງ ແລະ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໃນຂົງເຂດຖະແຫຼ່ງຂ່າວວັດທະທໍາແລະທ່ອງທ່ຽວ

ໃນຕອນເຊົາວັນທີ 23 ພະຈິກ 2022 ທີ່ຫ້ອງປະຊຸມພະແນກ ຖວທ ແຂວງສະຫວັນນະເຂດ ໄດ້ມີກອງປະຊຸມປະເມີນການຕິດຕາມການ ສ້າງ ແລະ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໃນຂົງເຂດຖະແຫຼ່ງຂ່າວວັດທະທໍາແລະທ່ອງທ່ຽວ ໂດຍການເປັນປະທານ ຂອງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ , ທ່ານ ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າຫ້ອງການກະຊວງ ຖທວ ມີບັນດາຫົວໜ້າຫ້ອງການ , ຂະແໜງການພາຍໃນພະແນກ ຖວທ ແຂວງ ແລະ ສາມເມືອງເຂົ້າຮ່ວມ.

ທ່ານ ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າຫ້ອງການກະຊວງ ຖທວ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມ ການປະເມີນ, ຕິດຕາມການສ້າງ ນິຕິກໍາໃຕ້ກົດໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດ ຖວທ ຂອງພວກເຮົາ ມີຈຸດປະສົງ ເພື່ອໃຫ້ການຈັດຕັ້ງປະຕິບັດ ນິຕິກໍາໃນ ຂົງເຂດ ຖວທ ພາຍໃນແຂວງ, ການແກ້ໄຂ ປະກົດການຫຍໍ້ທໍ້ ໃນຂົງເຂດ ຖວທ, ໃຫ້ເປັນຮູບປະທໍາ, ສະນັ້ນຈຶ່ງຮຽກຮ້ອງບັນດານທ່ານ ເອົາໃຈໃສ່ສຶກສາຄົ້ນຄວ້າ, ສົນທະນາແລກປ່ຽນຄວາມຄິດຄວາມເຫັນ ເຊິ່ງກັນ ແລະ ກັນຢ່າງເລິກເຊິງ ຕໍ່ກັບຂັ້ນຕອນການສ້າງນິຕິກໍາໃຕ້ກົດໝາຍ ເພື່ອນໍາໄປຜັນຂະຫຍາຍ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ຮັບປະກັນ.

ຈາກນັນ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງກໍໄດ້ງານສະພາບລວມ ແລະ ການຈັດຕັ້ງປະຕິບັດນິຕິກໍາໃນຂົງເຂດ ຖວທ ແຂວງວ່າ: ໂດຍລວມການເຄື່ອນໄຫວວຽກງານທາງດ້ານວິຊາສະເພາະກໍ່ຄືວຽກງານທີ່ຕິດພັນຢູ່ພາຍໃຕ້ການຄຸ້ມຄອງຂອງຂົງເຂດ ຖວທ ແຂວງ ແມ່ນຖືເອົາບັນດາກົດໝາຍ ແລະ ນິຕິກໍາຕ່າງໆເປັນບ່ອນອີງໃນການຄົ້ນຄວ້າ ແລະ ການຈັດຕັ້ງປະຕິບັດ ເພື່ອໃຫ້ສອດຄ່ອງ ແລະ ຕອບໂຕ້ການບິດເບື່ອນຂອງພວກບໍ່ຫວັງດີ, ການປົກປ້ອງສິດຜົນປະໂຫຍດຂອງພາກລັດຈາກຜູ້ປະກອບການທີ່ສວຍໂອກາດ ການຈັດສັນລະບຽບຂອງສັງຄົມໃຫ້ມີຄວາມສະຫງົບ, ການປົກປັກຮັກສາວັດຖຸບູຮານ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ການປົກປັກຮັກສາແຫຼ່ງທ່ອງທ່ຽວດ້ານປະຫວັດສາດ ,ທໍາມະຊາດ ແລະ ວັດທະນະທໍາ ,ຜ່ານມາ ທາງພະແນກ ຖວທ ແຂວງ ກໍ່ໄດ້ສ້າງນິຕິກໍາໃຕ້ກົດໝາຍ ຈໍານວນ 2 ສະບັບຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 0603/ຈຂ ວ່າດ້ວຍການອະນຸລັກ, ຄຸ້ມຄອງ ແລະ ບໍລິການເຂດຕົວເມືອງເກົ່າ ເທສະບານນະຄອນໄກສອນພົມວິຫານ, ຂໍ້ຕົກລົງຂອງທ່ານເຈົ້າແຂວສະຫວັນນະເຂດສະບັບເລກທີ 2142/ຈຂ ວ່າດ້ວຍການຄຸ້ມຄອງບໍລິການຮ້ານອາຫານ,ຮ້ານກິນດື່ມ ແລະ ຮ້ານບັນເທີງ , ບັນດາກົດໝາຍ ແລະ ນິຕິກໍາຕ່າງໆນອກຈາກຈະນໍາໃຊ້ເຂົ້າໃນການເຄື່ອນໄຫວໃນຂົງເຂດ ຖວທ ແລ້ວ ຍັງຕິດພັນເຄື່ອນໄຫວ ວຽກງານວິຊາການຂອງຂົງເຂດ ຖວທ ສາມາດຊອກຮູ້ດ້ານວິຊາການ ແລະ ປະສົບການໃນການເຄື່ອນໄຫວວຽກງານອື່ນໆໄປພ້ອມໆກັນ, ໃນຜ່ານມາກໍຍັງມີຂໍ້ສະດວກ ຄື: ພະນັກງານວິຊາການສາມາດໃຊ້ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຄຸ້ມຄອງ, ຕິດຕາມ, ກວດກາຂອງແຕ່ລະຂົງເຂດວຽກງານ, ທຸກພາກສ່ວນມີການເຄື່ອນໄຫວທີ່ຕິດພັນ ມີຄວາມເປັນເອກະພາບ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ, ເປັນເງື່ອນໄຂທີ່ເຮັດໃຫ້ຜູ້ມາເຄື່ອນໄຫວ ແລະ ຜູ້ປະກອບການຮັບຮູ້ແລະ ປະຕິບັດລະບຽບກົດໝາຍທີ່ກໍານົດໄວ້, ນອກນີ້ກໍມີຂໍ້ຫຍຸ້ງຍາກເຊັ່ນ: ງົບປະມານບໍ່ພຽງພໍເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງເຜີຍແຜ່ນິຕິກໍາເຮັດໃຫ້ການນໍາໃຊ້ ແລະ ການເຜີຍແຜ່ນິຕິກໍາຕ່າງໆຢູ່ໃນວົງແຄບ, ບາງນິຕິກໍາ ການຈັດຕັ້ງປະຕິບັດ ມີການພົວພັນກັບຫຼາຍພາກສ່ວນຈຶ່ງບໍ່ສາມາດນໍາໃຊ້ມາດຕາການທີ່ເດັດຂາດໄດ້.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments