Home ຂ່າວຕ່າງປະເທດ ຫວນຄືນມູນເຊື້ອ ແລະ ຄວາມສາມັກຄີພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ

ຫວນຄືນມູນເຊື້ອ ແລະ ຄວາມສາມັກຄີພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ

0
305

ໃນວັນທີ 23 ພະຈິກ 2022 ທີ່ແຂວງຄໍາມວນ, ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຮ່ວມກັບ ຫ້ອງວ່າການສູນກາງພັກກອມມູຍນິດຫວຽດນາມ ແລະ ແຂວງຄໍາມ່ວນ ໄດ້ຈັດພິທີຫວນຄືນມູນເຊື້ອ ພາຍໃຕ້ຫົວຂໍ້ “ຫວນຄືນມູນເຊື້ອຂອງສອງຊົນຊາດຊົນເຜົ່າ ແລະ ສາຍພົວພັນຄວາມສາມັກຄີພິເສດ ລາວ – ຫວຽດນາມ, ຫວຽດນາມ – ລາວ ໂດຍ ປະທານ ໂຮ່ຈິມິນ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງຂຶ້ນ” ໂດຍການເປັນປະທານຮ່ວມ ຂອງທ່ານ ເພັດຖາວອນ ພິລາວັນ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸຍ ວັນ ແທ໋ກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ກອມມູຍນິດຫວຽດນາມ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີພະນັກງານການນໍາທັງສາມພາກສ່ວນ ພ້ອມດ້ວຍພະແນກການ, ຂະແໜງການຂັ້ນແຂວງ ແລະ ນັກສຶກສາປັນຍາຊົນພາຍໃນແຂວງຄຳມ່ວນເຂົ້າຮ່ວມ.

ການຫວນຄືນມູນເຊື້ອດັ່ງກ່າວໄດ້ສ່ອງແສງເຖິງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ໃນຂະບວນການປະຕິວັດຕໍ່ສູ້ປົດປ່ອຍຊາດທີ່ເປັນວິລະກໍາອັນໂດດເດັ່ນຢູ່ຫຼາຍເຫດການປະຫວັດສາດຂອງສອງຊາດ. ການຈັດພິທີຫວນຄືນມູນເຊື້ອຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ ເຖິງວ່າເປັນເວລາອັນສັ້ນ , ບໍ່ສາມາດຫວນຄືນໄດ້ໝົດທຸກເຫດການປະຫວັດສາດທີ່ລະອິດລະອ້ຽວຂ້ຽວຂາດ ເຕັມໄປດ້ວຍການເສຍສະຫຼະອຸທິດເຫື່ອແຮງ, ສະຕິປັນຍາ ລວມທັງຊີວິດອິນຊີຂອງວິລະຊົນທັງສອງຊາດ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນຢູ່ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946, ສາຍພົວພັນມິດຕະພາບ ລາວ – ຫວຽດນາມ, ຫວຽດນາມ – ລາວ ໄດ້ກໍາເນີດຂຶ້ນ ພາຍໃຕ້ການນໍາພາຂອງພັກກອມມູຍນິດອິນດູຈີນໃນເມື່ອກ່ອນ ກໍ່ຄືພັກປະຊາຊົນປະຕິວັດລາວ ແລະພັກກອມມູຍນິດຫວຽດນາມ ໃນປະຈຸບັນ ໂດຍມີປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ.

ການຫວນຄືນມູນເຊື້ອດັ່ງກ່າວແມ່ນກິດຈະກຳໜຶ່ງໃນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ – ລາວ ຄົບຮອບ 60 ປີ ( 5 ກັນຍາ 1962 – 5ກັນຍາ 2022) ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ – ຫວຽດນາມ, ຫວຽດນາມ – ລາວ ຄົບຮອບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022). ທັງເປັນການສືບທອດໃຫ້ແກ່ຄົນຮຸ້ນໃໝ່ໄດ້ສຶກສາຄົ້ນຄວ້າ ແລະເຊື່ອມຊຶມເຂົ້າໃຈຄຸນຄ່າທາງປະຫວັດສາດ ແລະອະລິຍະທໍາຂອງການພົວພັນ ລາວ – ຫວຽດນາມ, ຫວຽດນາມ – ລາວ ແລະຈື່ຈໍາເຫດການ ກໍ່ຄືມູນເຊື້ອສໍາພັນສູ້ຮົບ, ຄວາມສາມັກຄີພິເສດອັນເຕັມໄປດ້ວຍຄຸນຄ່າທາງປະຫວັດສາດ ເພື່ອພ້ອມກັນສືບຕໍ່ປົກປັກຮັກສາໃຫ້ເປັນມໍລະດົກອັນລໍ້າຄ່າທັງໃນປະຈຸບັນ ແລະທັງເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າ ແລະງອກງາມຕະຫຼອດໄປໃນອະນາຄົດ.

ເມືອງທ່າແຂກ, ແຂວງຄຳມ່ວນ ດິນແດນທີ່ມີປະຫວັດສາດອັນຍາວນານ, ດິນແດນທີ່ມີມູນເຊື້ອແຫ່ງການສຳພັນສູ້ຮົບ ລາວ – ຫວຽດນາມ, ຫວຽດນາມ – ລາວທີ່ອົງອາດກ້າຫານ, ຊາວເມືອງມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະມີຄວາມໂອບເອື້ອອາລີ ເອື້ອເຟື້ອເພື່ອແຜ່ ຈຶ່ງຖືກເລືອກເປັນສະຖາທີ່ຈັດພິທີຫວນຄືນມູນເຊື້ອຂອງສອງຊົນຊາດຊົນເຜົົ່າຢ່າງສົມກຽດ.

#Medialaos#ມີເດຍລາວ#khammouanenews#ແຂວງຄຳມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here