Tuesday, October 1, 2024
Homeຂ່າວກິລາຄອບຄົວ ເກລເຊີ ປະກາດພິຈາລະນາຂາຍສະໂມສອນ "ແມນຢູ"

ຄອບຄົວ ເກລເຊີ ປະກາດພິຈາລະນາຂາຍສະໂມສອນ “ແມນຢູ”

ແມນເຊັສເຕີ ຢູໄນເຕັດ ພ້ອມພິຈາລະນາສໍາລັບການຂາຍສະໂມສອນ ສົ່ງຜົນໃຫ້ລາຄາຫຸ້ນຂອງ ຢູໄນເຕັດ ເພີ່ມຂຶ້ນ 17% ທັນທີ ຫຼັງຈາກທີ່ມີຂ່າວເຜີຍແຜ່ອອກມາ ໂດຍເພີ່ມມູນຄ່າເກືອບ 336,4 ລ້ານປອນ ໃຫ້ກັບມູນຄ່າຕະຫຼາດຂອງສະໂມສອນ.

ຄໍາຖະແຫຼງຂອງ ແມນເຊັສເຕີ ຢູໄນເຕັດ ຢືນຢັນແຜນການທີ່ຈະລະບຸ “ທາງເລືອກຍຸດທະສາດ” ແລະ ກ່າວວ່າ ຂະບວນການນີ້ ຈະພິຈາລະນາທາງເລືອກຕ່າງໆ “ ລວມເຖິງການລົງທຶນໃໝ່ໃນສະໂມສອນ ການຂາຍ ຫຼືທຸລະກຳອື່ນໆທີ່ກ່ຽວຂ້ອງກັບບໍລິສັດ “

“ ແມນເຊັສເຕີ ຢູໄນເຕັດ ເປັນໜຶ່ງໃນສະໂມສອນກິລາທີ່ປະສົບຄວາມສຳເລັດ ແລະ ມີຄ່າຫຼາຍທີ່ສຸດໃນໂລກ ປະກາດໃນມື້ນີ້ວ່າ ຄະນະກໍາມະການບໍລິຫານບໍລິສັດ (“ ຄະນະກໍາມະການ ” ) ກໍາລັງເລີ່ມຕົ້ນຂະບວນການສໍາຫຼວດທາງເລືອກຍຸດທະສາດສໍາລັບສະໂມສອນ.”

“ ຂະບວນການນີ້ ໄດ້ຮັບຫານອອກແບບມາເພື່ອປັບປຸງການເຕີບໂຕຂອງສະໂມສອນໃນອະນາຄົດ ໂດຍມີເປົ້າໝາຍສູງສຸດໃນການວາງຕໍາແໜ່ງສະໂມສອນໃຫ້ໃຊ້ປະໂຫຍດຈາກໂອກາດທັງໃນພາກສະຫນາມ ແລະ ການຄ້າ.”

“ ໃນຂະບວນການນີ້ ຄະນະກໍາມະການ ຈະພິຈາລະນາທາງເລືອກຍຸດທະສາດທັງໝົດ ລວມເຖິງການລົງທຶນໃໝ່ໃນສະໂມສອນ ການຂາຍ ຫຼື ການເຮັດທຸລະກໍາອື່ນໆ ທີ່ກ່ຽວຂ້ອງກັບບໍລິສັດ ເຊິ່ງຈະລວມເຖິງການປະເມີນຄວາມຄິດລິເລີ່ມຫຼາຍຢ່າງເພື່ອເສີມຄວາມເຂັ້ມແຂງໃຫ້ກັບສະໂມສອນ ລວມເຖິງການພັດທະນາສະໜາມກິລາ ແລະ ໂຄງສ້າງພື້ນຖານ ແລະ ການຂະຫຍາຍການດໍາເນີນງານດ້ານການຄ້າຂອງສະໂມສອນໃນລະດັບໂລກ ໂດຍແຕ່ລະສ່ວນໃນການເສີມສ້າງຄວາມສຳເລັດໃນໄລຍະຍາວນານຂອງສະໂມສອນເພດຊາຍ ສະໂມສອນແມ່ຍິງ ແລະ ສະຖາບັນການສຶກສາ ທີມງານ ແລະ ນໍາເອົາຜົນປະໂຫຍດມາສູ່ກອງເຊຍບານ ແລະ ຜູ້ມີສ່ວນຮ່ວມອື່ນໆ.”

ປະທານຮ່ວມ ແລະ ຜູ້ອໍານວຍການຝ່າຍບໍລິຫານ ທ່ານ ອັຟຣາມ ເກລເຊີ ແລະ ໂຈເອລ ເກລເຊີ ກ່າວວ່າ: ” ຄວາມເຂັ້ມແຂງຂອງ ແມນເຊັສເຕີ ຢູໄນເຕັດ ແລະ ຄວາມຫຼົງໄຫຼ ແລະ ຄວາມສັດຊື່ຂອງກອງເຊຍບານ ໂດຍມີຜູ້ຕິດຕາມ 1,1 ຕື້ຄົນທົ່ວໂລກ ໃນຂະນະທີ່ເຮົາພະຍາຍາມສ້າງປະຫວັດສາດແຫ່ງຄວາມສໍາເລັດຂອງສະໂມສອນຕໍ່ໄປ ຄະນະກໍາມະການໄດ້ອະນຸມັດໃຫ້ມີການປະເມີນທາງເລືອກຍຸດທະສາດຢ່າງລະອຽດຖີ່ຖ້ວນ ເຮົາຈະປະເມີນທຸກທາງເລືອກເພື່ອໃຫ້ແນ່ໃຈວ່າ ເຮົາໃຫ້ບໍລິການກອງເຊຍບານຂອງເຮົາໄດ້ດີທີ່ສຸດ ແລະ ແມນເຊັສເຕີ ຢູໄນເຕັດ ຈະເພີ່ມໂອກາດການຂະຫຍາຍຕົວທີ່ສໍາຄັນໃຫ້ກັບສະໂມສອນໃນມື້ນີ້ ແລະ ໃນອະນາຄົດ ຕະຫຼອດຂະບວນການນີ້ ເຮົາຈະຍັງຄົງມຸ່ງເນັ້ນຢ່າງເຕັມທີ່ໃນການໃຫ້ບໍລິການຜົນປະໂຫຍດສູງສຸດຂອງກອງເຊຍບານ ຜູ້ຖືຫຸ້ນ ແລະ ຜູ້ມີສ່ວນຮ່ວມຕ່າງໆຂອງພວກເຮົາ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments