ໃນໂອກາດເຄື່ອນໄຫວເກັບກໍາຂໍ້ມູນຂອງທີມງານບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ຢູ່ແຂວງຫຼວງພະບາງລະຫວ່າງວັນທີ 19-22 ພະຈິກນີ້, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວວ່າ: ພາຍຫຼັງມີທາງລົດໄຟລາວ-ຈີນ,ຫຼວງພະບາງໄດ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວທັງພາຍໃນແລະຕ່າງປະເທດ.

ທ່ານ ບຸນເລື່ອມ ມະນີວົງ ກ່າວວ່າ: ການນໍາແຂວງຫຼວງພະບາງໄດ້ຖື ເອົາວຽກງານການພັດທະນາການທ່ອງທ່ຽວ ເປັນບູລິມະສິດສໍາຄັນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອສ້າງຫຼວງພະບາງໃຫ້ກາຍເປັນຈຸດໝາຍປາຍທາງ ແລະເປັນຈຸດສຸມທັງພາຍໃນແລະຕ່າງປະເທດ. ໂດຍສະເພາະໄລຍະເປີດທາງລົດໄຟລາວ-ຈີນມານີ້, ບວກກັບລັດຖະບານໄດ້ເປີດປະເທດເຫັນວ່ານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ມານໍາໃຊ້ທາງລົດໄຟມາທ່ຽວຫຼວງພະບາງເປັນຈໍານວນຫຼວງຫຼາຍຈົນໄດ້ເພີ່ມຖ້ຽວ ເພີ່ມຂະບວນຂື້ນຕື່ມ ຖ້າທຽບໃສ່ບັນດາແຂວງພາກເໜືອຖືວ່າຫຼວງພະບາງ ມີຈໍານວນນັກທ່ອງທ່ຽວນໍາໃຊ້ທາງລົດໄຟຫຼາຍ ໂດຍສະເພາະໃນໄລຍະ 10 ເດືອນຕົ້ນປີ 2022 ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວຫຼວງພະບາງ ດ້ວຍເສັ້ນທາງລົດໄຟລາວ-ຈີນມີທັງໝົດ 335.794 ເທື່ອຄົນກວມເອົາ 85,27%. ເຫດຜົນການໄປ-ມາປະຢັດເວລາ ແລະ ຂໍ້ສະດວກຫຼາຍຢ່າງໃຫ້ແກ່ການເດີນທາງ.

ທ່ານກ່າວອີກວ່າ: ເພື່ອຮອງຮັບການເພີ່ມຂື້ນຂອງນັກທ່ອງທ່ຽວໃນຕໍ່ໜ້າ,ການນໍາແຂວງໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂອ້ງ ທັງພາກລັດ ແລະເອກະຊົນ ໃຫ້ມີການພັດທະນາທີ່ພັກໂຮງແຮມ ຮ້ານອາຫານ ການບໍລິການ ແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມກຽມຄວາມພ້ອມດ້ານບໍລິການຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ, ໂດຍສະເພາະ ຖ້າສປ ຈີນ ເປີດປະເທດ ກໍຈະມີນັກທ່ອງທ່ຽວຈີນທີ່ເດີນທາງດ້ວຍລົດໄຟລາວ-ຈີນ ມາທ່ຽວສປປ ລາວ ກໍຄືແຂວງຫຼວງພະບາງຫຼາຍຂຶ້ນ ເຊິ່ງຈະສ້າງໂອກາດໃຫ້ແກ່ຂະແໜງການທ່ອງທ່ຽວ ແລະເສດຖະກິດຂອງແຂວງເພີ່ມຂຶ້ນ.

LEAVE A REPLY

Please enter your comment!
Please enter your name here