Monday, September 30, 2024
Homeຂ່າວພາຍໃນພຽງແຕ່ 9 ເດືອນ GDP ເມືອງລະມາມ ບັນລຸ 770 ຕື້ກວ່າກີບ

ພຽງແຕ່ 9 ເດືອນ GDP ເມືອງລະມາມ ບັນລຸ 770 ຕື້ກວ່າກີບ

ຕາມການລາຍງານຂອງທ່ານ ວົງເດືອນ ຈັນທະບຸດຊຽງ #ເຈົ້າເມືອງໆລະມາມ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນ 9 ເດືອນຜ່ານມາ ເສດຖະກິດເມືອງລະມາມຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 4,3% ລວມຍອດຜະລິດຕະພັນພາຍໃນ ຫຼື GDP ປະຕິບັດໄດ້ 774,38 ຕື້ກີບ, ໃນນັ້ນຂະແໜງກະສິກໍາ-ປ່າໄມ້ເພີ່ມຂຶ້ນ 5,2% ກວມເອົາ 54,08% ຂະແໜງອຸດສາຫະກໍາເພີ່ມຂຶ້ນ 2,3% ກວມເອົາ 5,73% ແລະ ຂະແໜງບໍລິການເພີ່ມຂຶ້ນ 3,4% ກວມເອົາ 40,19%; ເກັບລາຍຮັບເຂົ້າງົບປະມານໄດ້ 15,7 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 47% ແລະ ລາຍຈ່າຍປະຕິບັດໄດ້ 15,16 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 45%.

ວຽກງານກໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ທຸກຂະແໜງການພາຍໃນເມືອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ຕໍ່ເນື່ອງ ໂດຍຖືເອົາການພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດຕິດພັນກັບການຈັດສັນທີ່ຢູ່ຖາວອນ ແລະອາຊີບຄົງທີ່, ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ອຸດສາຫະກໍາປຸງແຕ່ງ ແລະ ການບໍລິການກັບທີ່ ເພື່ອເປັນການສ້າງລາຍຮັບທີ່ໝັ້ນຄົງຖາວອນໃຫ້ປະຊາຊົນ ໂດຍປັດຈຸບັນ ທົ່ວເມືອງມີຄອບຄົວພົ້ນທຸກ 4.291 ຄອບຄົວ ກວມເອົາ 52,53% ແລະ ຄອບຄົວພັດທະນາ 2.897 ຄອບຄົວ ກວມເອົາ 35,43% ແລະ ມີບ້ານພົ້ນທຸກ 11 ບ້ານ ກວມເອົາ 26% ຂອງບ້ານທັງໝົດ.

ທ່ານ ວົງເດືອນ ຈັນທະບຸດຊຽງ ໃຫ້ຮູ້ຕື່ມວ່າ: ເຖິງວ່າເສດຖະກິດຂອງເມືອງລະມາມ ຈະມີການຂະຫຍາຍຕົວເພີ່ມຂຶ້ນກໍຕາມ, ແຕ່ເມືອງຍັງມີສິ່ງທ້າທາຍຈໍານວນໜຶ່ງ ທີ່ເປັນອຸປະສັກຕໍ່ການພັດທະນາເປັນຕົ້ນຕໍແມ່ນ ຂາດພະນັກງານທີ່ມີຄວາມຮູ້ຄວາມສາມາດໃນຂະແໜງການຕ່າງໆ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ຕິດພັນກັບການທໍາມາຫາກິນ ແລະ ການດໍາລົງຊີວິດຂອງປະຊາຊົນຍັງບໍ່ຮັບປະກັນຄວາມຍືນຍົງ, ການປຸກລະດົມຂົນຂວາຍການລົງທຶນຈາກນັກທຸລະ ກິດພາກເອກະຊົນພາຍໃນ ແລະ ຕ່າງປະເທດຍັງບໍ່ທັນກວ້າງຂວາງ ລວມເຖິງໄພຂົ່ມຂູ່ທາງທຳມະຊາດ. ແຕ່ແນວໃດກໍຕາມ ຄະນະພັກ, ຄະນະນໍາຂອງເມືອງ ຕ້ອງສືບຕໍ່ນໍາພາ-ຊີ້ນໍາພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພັດທະນາເມືອງລະມາມດ້ວຍຈິດໃຈບຸກທະລຸ ໂດຍໃນ 3 ເດືອນທ້າຍປີ 2022 ນີ້ ຮັບປະກັນໃຫ້ເມືອງລະມາມສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດ-ສັງຄົມນັບມື້ຂະຫຍາຍຕົວເພີ່ມຂຶ້ນ ໂດຍລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນໃຫ້ບັນລຸໄດ້ປະ ມານ 17 ລ້ານກີບຕໍ່ຄົນຕໍ່ປີ; ພັດທະນາພື້ນຖານໂຄງລ່າງ, ຫັນພະນັກງານລົງກໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ດຶງດູດການລົງທຶນຈາກພາກສ່ວນຕ່າງໆໃນສັງຄົມໃຫ້ນັບຫຼາຍຂຶ້ນ ແລະ ຊຸກຍູ້ສົ່ງເສີມການຜະລິດກະສິກໍາຕາມທ່າແຮງບົ່ມຊ້ອນ, ຄວາມສາມາດຕົວຈິງໃນແຕ່ລະທ້ອງຖິ່ນ ເພື່ອການບໍລິໂພກພາຍໃນ ແລະ ຂາຍເປັນສິນຄ້າສົ່ງອອກ.

#ມີເດຍລາວ#ເມືອງລະມາມ#ແຂວງເຊກອງ

#ຂ່າວ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments