ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຕອນຄ່ຳ ວັນທີ 16 ພະຈິກ 2022 ນີ້, ຢູ່ສະຖານທີ່ຈັດກອງປະຊຸມສຸດຍອດກຸ່ມ G20 ທີ່ເກາະບາຫລີ ປະເທດອິນໂດເນເຊຍ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ໂຈໂກວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ອອກຄຳສັ່ງ ຮ່ວມກັນໂດຍປະກາດເລີ່ມທົດລອງແລ່ນລົດຕາມທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ.

ການທົດລອງແລ່ນລົດເທື່ອນີ້ແມ່ນໄດ້ດຳເນີນໄປດ້ວຍດັດຊະນີ ແລະ ຕົວເລກຕ່າງໆທີ່ດີເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການທົດລອງ ແລ່ນລົດເປັນຄັ້ງທຳອິດ ຕາມທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ ທີ່ຈີນກັບອິນໂດເນເຊຍຮ່ວມມືກໍ່ສ້າງນັ້ນໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຕາມຂ່າວແຈ້ງວ່າ: ທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ ເປັນທາງລົດ ໄຟຄວາມໄວສູງສາຍທຳອິດຂອງອິນໂດເນເຊຍ ກໍຄືຂອງອາຊີຕາເວັນອອກສຽງໃຕ້, ເຊື່ອມຕໍ່ນະຄອນຫລວງຈາກາຕາ ກັບນະຄອນບັນດຸງ ທີ່ເປັນຕົວ ເມືອງທີ່ມີຊື່ສຽງດ້ານການທ່ອງທ່ຽວຂອງອິນໂດເນເຊຍ. ຍາວທັງໝົດ 142 ກິໂລແມັດ, ຄວາມໄວສູງສຸດບັນລຸເຖິງ 350 ກິໂລແມັດຕໍ່ຊົ່ວໂມງ, ເປັນໂຄງ ການທີ່ເປັນຂີດໝາຍສຳຄັນໃນການຮ່ວມກັນກໍ່ສ້າງ ໜຶ່ງແລວໜຶ່ງເສັ້ນ ທາງ ລະຫວ່າງ ຈີນກັບອິນໂດເນເຊຍ.

ເມື່ອປະມານໜຶ່ງປີກ່ອນ ກໍຄືຕອນບ່າຍຂອງວັນທີ 3 ທັນວາປີ 2021 ຜ່ານມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຮ່ວມກັນຜ່ານທາງວິດີໂອ. ມາຮອດວັນທີ 15 ພະຈິກ 2022 ນີ້, ປະລິມານການຂົນສົ່ງສິນຄ້າຂ້າມຊາດຕາມ ທາງລົດໄຟ ລາວ-ຈີນ ໄດ້ບັນລຸ ຫລາຍກວ່າ 2 ລ້ານໂຕນ. ປັດຈຸບັນ, ຢູ່ຈີນມີ 25 ແຂວງ, ເຂດປົກຄອງຕົນ ເອງ ແລະກຳແພງນະຄອນ ໄດ້ເປີດນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າຂ້າມ ຊາຍແດນຕາມທາງລົດໄຟ ລາວ-ຈີນ ແລ້ວ, ການຂົນສົ່ງສິນຄ້າຂ້າມ ຊາຍແດນຕາມທາງລົດໄຟ ລາວ-ຈີນ ໄດ້ປົກຄຸມຫລາຍປະເທດ ແລະເຂດ

ແຄວ້ນເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ອື່ນໆ, ປະເພດສິນຄ້າໄດ້ເພີ່ມຂຶ້ນຈາກ 100 ກວ່າຊະນິດ ໃນໄລຍະເບື້ອງຕົ້ນ ຂອງການເປີດນຳໃຊ້ມາເປັນ 1.200 ກວ່າຊະນິດໃນປັດຈຸບັນເຊັ່ນ: ເຄື່ອງເອເລັກໂຕຣນິກ, ອຸປະກອນການຜະລິດໄຟຟ້າດ້ວຍແສງຕາເວັນ, ການຂົນສົ່ງໝາກໄມ້ແຊ່ເຢັນແລະອື່ນໆ.

ຫລາຍປີມານີ້, ຈັງຫວະການອອກໄປສູ່ພາຍນອກຂອງທາງລົດໄຟຈີນ ນັບມື້ນັບໄວຂຶ້ນໂດຍໄດ້ໄປສູ່ອາຊີ, ເອີຣົບ, ອາເມຣິກາເໜືອ ແລະ ອາຟຣິກາ ໄດ້ກາຍເປັນສັນຍາລັກຂອງການກໍ່ສ້າງ ໜຶ່ງແລວໜຶ່ງເສັ້ນທາງ ແລະການ ຮ່ວມມືສາກົນດ້ານຄວາມສາມາດການຜະລິດ, ທັງເປັນການປະກອບສ່ວນ ດ້ານກຳລັງຂອງຈີນເຂົ້າໃນພາລະກິດພັດທະນາຂອງທົ່ວໂລກ. ພາຍຫລັງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສະເໜີອອກມາເປັນເວລາ 9 ປີມານີ້, ຈີນໄດ້ຮ່ວມມືກັບຫລາຍປະເທດໃນການສ້າງທາງລົດໄຟຕ່າງໆເຊັ່ນ: ທາງລົດໄຟ ມົມບາຊາ-ເນໂຣບີ, ທາງລົດໄຟ ລາວ-ຈີນ, ທາງລົດໄຟ ຮົງກາຣີ-ແຊັກບີ, ທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ ເຊິ່ງບໍ່ພຽງແຕ່ ໄດ້ນຳເອົາຜະລິດຕະພັນ, ເຕັກໂນໂລຊີ ແລະການບໍລິການຂອງຈີນ ໄປສູ່ ປະເທດດັ່ງກ່າວ ແລະສ້າງໂອກາດການພັດທະນາໃຫ້ກັບປະເທດ ທີ່ກ່ຽວຂ້ອງເທົ່ານັ້ນ, ຫາກຍັງໄດ້ສົ່ງເສີມມິດຕະພາບລະຫວ່າງ ຈີນກັບປະເທດທີ່ກ່ຽວຂ້ອງອີກດ້ວຍ.

ຈີນໄດ້ຮັບຜົນສຳເລັດທີ່ປະຈັກຕາດັ່ງກ່າວຕົ້ນຕໍແມ່ນຍ້ອນການປະດິດ ສ້າງໃໝ່ ແລະການພັດທະນາຂອງຕົນໃນດ້ານທາງລົດໄຟ. ມາຮອດທ້າຍປີ 2021, ທາງລົດໄຟຄວາມໄວສູງ ທີ່ເປີດບໍລິການແລ່ນລົດຂອງຈີນ ມີຄວາມ ຍາວເຖິງ 40.000 ກວ່າກິໂລແມັດ ເຊິ່ງໄດ້ກວມເອົາ 2/3 ຂອງເສັ້ນທາງລົດ ໄຟຄວາມໄວສູງໃນທົ່ວໂລກ; ມີສິດທິບັດເປັນຂອງຕົນ 946 ລາຍການ ແລະ ໄດ້ເປີດເຜີຍມາດຕະຖານເຕັກນິກທາງລົດໄຟຈີນສະບັບພາສາຕ່າງປະເທດ 150 ກວ່າລາຍການ; ເຕັກນິກທາງລົດໄຟຂອງຈີນ ໃນດ້ານຄວາມໄວສູງ, ຢູ່ເຂດພູພຽງ, ຢູ່ເຂດໜາວຈັດ ແລະ ທາງລົດໄຟບັນທຸກວັດຖຸໜັກໄດ້ຢູ່ໃນ ອັນດັບແຖວໜ້າຂອງໂລກ.

LEAVE A REPLY

Please enter your comment!
Please enter your name here