ສື່ມວນຊົນ ເຕີບໃຫຍ່ຂະຫຍາຍຕົວຕອບສະໜອງໜ້າທີ່ການເມືອງໃນແຕ່ລະໄລຍະ

0
250

ມາຮອດປັດຈຸບັນ ວຽກງານສື່ມວນຊົນ ພວມໄດ້ຮັບການພັດທະນາ ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການ ເມືອງໃນແຕ່ລະໄລຍະ ເຊິ່ງສະແດງອອກ ທົ່ວປະເທດ ມີສື່ສິ່ງພິມທັງໝົດ 152 ສະບັບ, ລວມທັງວາລະ ສານ, ໃບຂ່າວ, ໜັງສືພິມ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ໃນນັ້ນ ມີໜັງສືພິມລາຍວັນ 11 ສະບັບ, ສະຖານີວິທະຍຸກະຈາຍສຽງມີ 82 ແຫ່ງ, ສະຖານີໂທລະພາບ 45 ແຫ່ງ, ໄດ້ຕິດຕັ້ງລະບົບໂທລະໂຄ່ງ ຢູ່ບ້ານ, ຊຸມຊົນທັງໝົດ 5.918 ຊຸດ, 148 ເມືອງ ໃນຂອບເຂດທົ່ວປະເທດ; ນອກນັ້ນ, ຍັງໄດ້ຫັນປ່ຽນລະບົບເຕັກນິກວິທະຍຸ-ໂທລະພາບ ໄປສູ່ລະບົບທັນສະໄໝ ໄດ້ຈຳນວນໜຶ່ງ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລາຍງານຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ທີ່ຈັດຂຶ້ນໃນວັນທີ 17 ພະຈິກ 2022 ນີ້ວ່າ: ມາຮອດປັດຈຸບັນ, ສື່ໃໝ່ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງ, ອີງຕາມສະ ຖິຕິແຫ່ງຊາດ ປະຊາກອນລາວມີປະມານ 7 ລ້ານກວ່າຄົນ, ໃນນັ້ນ ມີຜູ້ຊົມໃຊ້ໂທລະສັບມືຖື 6 ລ້ານກວ່າຄົນ, ໃຊ້ອິນເຕີເນັດ 3,5 ລ້ານກວ່າຄົນ ໂດຍເຫັນໄດ້ທ່າແຮງດັ່ງກ່າວ, ອົງການສື່ມວນຊົນ ກໍໄດ້ນໍາໃຊ້ສື່ດັ່ງກ່າວ ເປັນຕົ້ນ ເວັບໄຊ, ເຟສບຸກ ແລະ ຢູທູບ ເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານຢ່າງກວ້າງຂວາງ ທັງຄວາມສະດວກ, ວ່ອງໄວ, ທັນສະພາບການ ແລະ ສັງຄົມ ກໍຄືປະຊາຊົນ ສາມາດເຂົ້າເຖິງຂໍ້ມູນໄດ້ຫລາຍຂຶ້ນ. ໄປຄຽງຄູ່ ກັບການພັດທະນາພື້ນຖານໂຄງລ່າງ ຂອງວຽກງານຖະແຫລງຂ່າວ, ພວກເຮົາມີບຸກຄະລາກອນສື່ມວນຊົນຫລາຍກວ່າ 1.000 ຄົນ ທີ່ເຮັດໜ້າທີ່ການເມືອງຂອງຕົນ ຢູ່ອົງການສື່ໃນຂອບເຂດທົ່ວປະເທດ ໄດ້ຮັບການຝຶກຝົນຫລໍ່ຫລອມທາງດ້ານຄຸນສົມບັດສິນທຳປະຕິວັດ, ທິດສະດີການເມືອງ, ແນວ ທາງນະໂຍບາຍຂອງພັກ, ຂໍ້ກໍານົດກົດໝາຍຂອງລັດ, ທັງໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງທັງໄລຍະສັ້ນ, ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ເນື້ອໃນສາລະຕ່າງໆ ທັງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍ ນັບມື້ນັບຫລາກຫລາຍຮູບແບບສີສັນ ເຊິ່ງສ່ອງແສງຂ່າວໄດ້ຢ່າງເລິກເຊິ່ງ ແລະ ກະຈາຍຜ່ານຫລາຍຊ່ອງທາງ ໄປເຖິງທຸກກຸ່ມເປົ້າໝາຍໃນໂລກ ອັນໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ໄດ້ເປັນຢ່າງດີ.

ທ່ານນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ສື່ມວນຊົນລາວໄດ້ສຸມໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ວຽກງານຈຸດສຸມຂອງລັດຖະບານ, ວຽກງານຂອງສະພາແຫ່ງຊາດ ຊຸດທີ IX, ການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ, ວຽກດີຄົນເດັ່ນ, ການສົ່ງເສີມການຜະລິດເປັນສິນຄ້າ ແລະ ການນໍາໃຊ້ສິນຄ້າພາຍໃນ, ການເຄື່ອນໄຫວ ຂອງການນຳ ພັກ-ລັດ ແລະ ວຽກງານສຳຄັນຕ່າງໆ ຂອງພັກ, ຂອງຊາດ ຢ່າງຕໍ່ເນື່ອງ. ບັນດາໂຄງການສຳຄັນຕ່າງໆ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນ ກໍໄດ້ຮັບຄວາມເອົາໃຈໃສ່ໂຄສະນາເຜີຍແຜ່ຈາກສື່ມວນຊົນ ອອກສູ່ພາຍໃນ ແລະ ທົ່ວໂລກ; ນອກນັ້ນ ສື່ມວນຊົນ ຍັງໄດ້ເພີ່ມທະວີໂຄສະນາໃນການຟື້ນຟູເສດຖະກິດ-ສັງຄົມ ແລະ ວິຖີການດຳລົງຊີວິດແບບໃໝ່(New Normal) ໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ນີ້.

ສື່ມວນຊົນລາວ ໄດ້ເອົາໃຈໃສ່ປະກອບສ່ວນວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີ ຂອງສັງຄົມ ກໍຄືໂຄສະນາຕອບຕ້ານກົນອຸບາຍ ຂອງອິດທິກຳລັງປໍລະປັກຜ່ານສື່ ຢ່າງເລິກເຊິ່ງຮອບ ດ້ານ, ທັນການ ແລະ ເປັນລະບົບຕໍ່ເນື່ອງ. ໃນນັ້ນ ໄດ້ໂຄສະນາຕອບໂຕ້ນະໂຍບາຍຫັນປ່ຽນ ໂດຍສັນຕິ ຂອງສັດຕູ ທີ່ຫວັງມ້າງເພທຳລາຍລະບອບປະຊາທິປະໄຕ ປະຊາຊົນ, ຕີຖອຍຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີ ຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ ຕໍ່ການນຳພາ, ຊີ້ນຳ ຂອງພັກ-ລັດ ກໍຄືໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນ ບັນຫາການກໍ່ສ້າງເຂື່ອນໄຟຟ້າ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ການອອກຂ່າວບິດເບືອນຄວາມຈິງ, ຂ່າວປອມ ໃນໄລຍະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແລະ ຂໍ້ກ່າວຫາ ກ່ຽວກັບສິດທິມະນຸດ ປະຊາທິປະໄຕ, ເຜົ່າ ແລະ ສາສະໜາ.

ຄຽງຄູ່ກັນນັ້ນ, ສື່ມວນຊົນໄດ້ອອກ ບົດ, ຄໍລຳ, ບົດສຶກສາອົບຮົມ, ຕັກເຕືອນ ແລະ ຕອບໂຕ້ບັນ ດາຂ່າວປອມ, ຂ່າວບິດເບືອນຄວາມຈິງ ຢ່າງເລິກເຊິ່ງ ແລະ ທັນສະພາບການ. ໃນໄລຍະການແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ສື່ມວນຊົນກໍໄດ້ເຂົ້າຮ່ວມປະກອບສ່ວນ ໂຄສະນາກໍຄືຕອບຕ້ານ ກຸ່ມຄົນບໍ່ດີ ຢ່າງຕັ້ງໜ້າ ເຮັດໃຫ້ສັງຄົມມີຄວາມຮັບຮູ້, ເຂົ້າໃຈ, ມີສະຕິໃນການຮັບຂ່າວສານນັບມື້ດີຂຶ້ນເປັນກ້າວໆ.

ຂ່າວ: ທະນູທອງ ພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here