ການແຂ່ງຂັນກິລາກ໊ອບລະດົມທຶນ ເພື່ອງານມະຫະກໍາກິລາແຫ່ງຊາດຄັ້ງທີ XI, ທີ່ແຂວງຊຽງຂວາງ ຊີງຂັນທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ, ໄດ້ຈັດຂຶ້ນໃນວັນ 12 ພະຈິກ 2022, ທີ່ສະໜາມກ໊ອບລ່ອງວຽງ, ນະຄອນຫລວງວຽງຈັນ,ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາການນໍາພັກ-ລັດ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ບັນດານັກກິລາກ໊ອບທີ່ມາຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ກ່າວເປີດພິທີວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ການນໍາພັກ-ລັດ ໃນການເປັນປະທານຈັດງານແຂ່ງຂັນກ໊ອບລະດົມທຶນເຂົ້າຊຸກຍູ້ການຈັດງານມະຫະກໍາກິລາແຫ່ງຊາດຄັ້ງທີ XI, ທີ່ແຂວງຊຽງຂວາງເປັນເຈົ້າພາບມື້ນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທ່ານທີ່ມາຈາກຕ່າງແຂວງ, ຢູ່ໃນນະຄອນຫລວງວຽງຈັນ ແລະ ນັກກິລາມາຈາກພາກສ່ວນຕ່າງໆ ທີ່ມີຄວາມພະຍາຍາມເດີນທາງມາຮ່ວມການແຂ່ງຂັນຄັ້ງນີ້, ຕາມກໍານົດເວລາ. ຂໍສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຈັດງານກໍຄືການນໍາແຂວງຊຽງຂວາງ ແລະ ສະຫະພັນກິລາກ໊ອບແຫ່ງແຫ່ງໄດ້ຫ້າງຫາກະກຽມຄວາມພ້ອມໃຫ້ແກ່ງານຄັ້ງນີ້.

ທ່ານ ຮອງນາຍົກລັດຖະມົນຕີ ຍັງກ່າວຕື່ມວ່າ: ການແຂ່ງຂັນກິລາກ໊ອບຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນທັງຊາດ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ທັງເປັນການລະດົມທຶນເຂົ້າງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ເພື່ອເຮັດໃຫ້ງານດັ່ງກ່າວ ມີຄວາມໝາຍ, ຄວາມສໍາຄັນ, ເປັນທີ່ປະທັບຕາ ປະທັບໃຈ ແລະ ເປັນທີ່ຈົດຈໍາຂອງແຂກ ແລະ ນັກກິລາເຂົ້າຮ່ວມງານດັ່ງກ່າວ.

ພ້ອມດຽວກັນນີ້, ການແຂ່ງຂັນກິລາຄັ້ງນີ້, ກໍຄືເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ, ວັນຊາດທີ 2 ທັນວາ ຄົບຮອບ 47 ປີຈະມາເຖິງໃນມໍ່ມານີ້. ນອກນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ລະຫວ່າງ ສູນກາງ ກັບທ້ອງຖິ່ນ, ແຂວງ ກັບ ແຂວງ, ບັນດາກະຊວງກັບອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ- ທະນາຄານ ແລະ ສ້າງນັກກິລາກ໊ອບໃຫ້ມີຄວາມສາມາດສູງຂຶ້ນໄປພ້ອມກັນ.

ການແຂ່ງຂັນກ໊ອບຄັ້ງນີ້, ຊະນະເລີດສາຍ ກ ແມ່ນທ່ານ ທໍາມະລັກ ບົວຫອມ ດ້ວຍ 70 ຄະແນນ, ຮອງຊະນະເລີດສາຍ ກ ແມ່ນທ່ານ ກົງຕາ (ຕຸ້ຍ) ດ້ວຍ 72 ຄະແນນ, ຊະນະເລີດ ສາຍ VIP ແມ່ນທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງຊະນະເລີດອັນດັບ 1 ທ່ານ ຄໍາລາວັນ ຈັນທະວັນ ແລະ ຮອງຊະນະເລີດອັນດັບ 2 ແມ່ນທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ. ສ່ວນການລະດົມທຶນຈາກພາກສ່ວນຕ່າງໆໃນງານແຂ່ງຂັນກິລາກ໊ອບຄັ້ງນີ້ໄດ້ທັງໝົດ 4,380 ຕື້ກີບ.

ໂດຍ: ສ.ຄັດສະເບີດ

ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here