ບັນດາການນໍາ ແລະ ສະມາຊິກໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ນໍາໂດຍທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ແລະທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈຳລາວໄດ້ພາກັນອອກເດີນທາງຈາກສະຖານີລົດໄຟລາວ-ຈີນນະຄອນຫຼວງວຽງຈັນໄປຍັງສະຖານີນາເຕີຍແຂວງຫຼວງນໍ້າທາເມື່ອວັນທີ 14 ພະຈິກນີ້

ບັນດານັກຂຽນ ແລະນັກປະພັນຫຼາຍທ່ານຕ່າງກໍໄດ້ສະແດງທັດສະນະແນວຄວາມຄິດຂອງຕົນເອງຕໍ່ກັບການ ສຳພັດຕົວຈິງໃນການຂີ່ລົດໄຟລາວ-ຈີນໃນຄັ້ງນີ້.ທ່ານບຸນທະນອງ ຊົມໄຊຜົນ ນັກປະພັນ ນັກກະວີ ສີລະປິນດີເດັ່ນສາຂາວັນນະກໍາ,ເຈົ້າຂອງລາງວັນຊີໄລ(ລາງວັນອາຊຽນ)ອາຍຸ69ປີໄດ້ກ່າວວ່າ: ຕົນຮູ້ສຶກມີຄວາມຕື່ນເຕັ້ນດີໃຈ, ທີ່ໄດ້ຂີ່ລົດໄຟທີ່ທັນສະໄໝ ແລະພູມໃຈທີ່ໄດ້ຂີ່ລົດໄຟຢູ່ແຜ່ນດິນລາວທີ່ເປັນປະເທດຂອງຕົນເອງ,ລວມທັງເປັນການເດີນທາງຄັ້ງທໍາອິດ,ເຊິ່ງອອກຈາກສະຖານີນະຄອນຫຼວງວຽງຈັນຈົນເຖິງສະຖານີບໍ່ເຕ່ນທີ່ເປັນສະຖານີສຸດທ້າຍຂອງລົດໄຟລາວ-ຈີນເບື້ອງປະເທດລາວ.ຖືວ່າເປັນການເດີນທີ່ຫຍໍ້ແຜ່ນດິນ ຜ່ານດົງຜ່ານປ່າໄມ້, ບ້ານເຮືອນປະຊາຊົນເປັນໄລຍະທາງ 400 ກວ່າກິໂລແມັດ, ແຕ່ໃຊ້ເວລາພຽງແຕ່2-3 ຊົ່ວໂມງ, ວ່ອງໄວ ແຕ່ຊໍ້າພັດຮູ້ສຶກປອດໄພ ແລະສະດວກສະບາຍຫຼາຍ, ບໍ່ເມື່ອຍ, ບໍ່ຄິດບໍ່ຝັນວ່າຈະມີລົດໄຟໃນແຜ່ນດິນແມ່ ແລະໄດ້ຂີ່ລົດໄຟໃນໄວອາຍຸນີ້.

ພະມະຫາບຸນທະວີ ວິໄລຈັກ ນັກຂຽນ ໄດ້ກ່າວວ່າ: ຄັ້ງນີ້ກໍ່ເປັນຄັ້ງທໍາອິດທີ່ໄດ້ຂີ່ລົດໄຟຢູ່ປະເທດລາວ, ຮູ້ສຶກຕື່ນເຕັ້ນດີໃຈ ທີ່ມີລົດໄຟຢູ່ໃນປະເທດລາວ, ເຄີຍຄິດວ່າປະເທດລາວຈະມີລົດໄຟຄືກັນກັບຢູ່ຕ່າງປະເທດ, ມາມື້ນີ້ຄວາມຝັນກໍ່ເປັນຈິງ ແລະເປັນລົດໄຟທີ່ທັນສະໄໝທີ່ສຸດ, ສະຖານີກໍ່ສະອາດໃຫຍ່ງາມຕາທຽບເທົ່າສະໜາມບິນ, ການບໍລິການກໍ່ດີຫຼາຍ ແລະມີຄວາມປອດໄພສູງ.

ທ່ານ ນາງ ພວງເພັດ ບົວພະຈັນ ນັກຂຽນເລື່ອງສັ້ນ ສະແດງຄວາມຮູ້ສຶກວ່າ: ຂີ່ລົດໄຟຄັ້ງນີ້ເປັນຄັ້ງທີສອງແລ້ວ, ມີຄວາມເຊື່ອໝັ້ນລົດໄຟລາວ-ຈີນ ມີຄວາມສະດວກສະບາຍກວ້າງໃຫຍ່, ປອດໄພ.

ຂະນະດຽວກັນບັນດາສະມາຊິກໂຄງການດັ່ງກ່າວຍັງໄດ້ສະແດງຄວາມຂອບໃຈການນໍາພັກລັດທັງສອງຝ່າຍລາວ-ຈີນໄດ້ອໍານວຍຄວາມສະດວກ ແລະມີໂຄງການດີໆແບບນີ້ເກີດຂຶ້ນ ກໍ່ຄືໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ແລກປ່ຽນບົດຮຽນ, ປະສົບການ, ວັດທະນະທໍາ ແລະອື່ນໆ ລວມເຖິງບໍລິສັດທາງລົດໄຟລາວ-ຈີນທີ່ສະໜັບສະໜູນການເດີນທາງອີກດ້ວຍ.

ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນຈັດໂດຍສະມາຄົມນັກປະພັນລາວຮ່ວມກັບ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ, ປະກອບມີນັກຂຽນ, ນັກແຕ້ມ, ນັກຖ່າຍພາບ ຈໍານວນ 30 ທ່ານ, ໂຄງການດັ່ງກ່າວໄດ້ເລີ່ມແຕ່ວັນທີວັນທີ8ພະຈິກແລະຈະສືບຕໍ່ຈົນຮອດວັນທີ24ພະຈິກ ເຊິ່ງໄດ້ເຄື່ອນໄຫວເກັບກໍາຂໍ້ມູນຕາມແລວທາງລົດໄຟລາວ-ຈີນ ໂດຍສະເພາະບັນດາສະຖານີຂົນສົ່ງຕ່າງໆ ນັບແຕ່ນະຄອນ ຫຼວງວຽງຈັນຈົນເຖິງບໍ່ເຕັນແຂວງຫຼວງນໍ້າທາ ລວມເຖິງອຸໂມງມິດຕະພາບລາວ-ຈີນ.

LEAVE A REPLY

Please enter your comment!
Please enter your name here